ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ປະສົບ​ຜົນສຳເລັດ​ໃນ​ການ​ພັດທະນາ​ ລະບົບ​ຕ້ານ​ເຄື່ອງບິນ​ບໍ່​ມີ​ຄົນ​ຂັບ


     ສຳນັກ​ຂ່າວ​ຕາ​​ສ ຣັດ​ເຊຍ ເປີດເຜີຍ​ໃຫ້​ຮູ້​ວ່າ: Rat ຄື​ລະບົບ​ຍານ​ອະເນກ​ປະສົງ​ຕ້ານ​ພາ​ຫະ​ນະ​ທາງ​ອາກາດ ຫຼື ເຄື່ອງບິນ​ບໍ່​ມີ​ຄົນ​ຂັບ
(UAV) ແບບ​ພິເສດ, ສາມາດ​ປະຕິບັດ​ງານ​ໃນ​ທຸກ​ສະຖານະ​ການ​ສູ້​ຮົບ. ລະບົບ​ນີ້​ໄດ້​ຖືກ​ພັດທະນາ​ໂດຍ​ບໍລິສັດ Ruselectronics, ສາ
ຂາ​ໜຶ່ງ​ຂອງ​ກຸ່ມ Rostec ຂອງ​ຣັດ​ເຊຍ, ລະບົບ​ສູ້​ຮົບ​ນີ້, ອອກແບບ​ມາ​ເພື່ອ​ປົກ​ປ້ອງ​ເປົ້າ​ໝາຍ​ທີ່​ສຳຄັນ​ທັງ​ຄົງ​ທີ່​ ແລະ ​ເຄື່ອນ​ທີ່​ຂອງ​ການ​
ບຸກລຸກ ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ໂດຍ UAV.

     ລະບົບ​ສູ້​ຮົບ Rat ຖືກ​ຕິດ​ຕັ້ງ​ໃສ່​ກັບ​​ລົດ​ຫຸ້ມ​ເກາະ​ພິເສດ, ພ້ອມ​ດ້ວຍ​ອຸປະກອນ​ຕິດຕາມກວດກາ ແລະ ສະກັດ​ກັ້ນ UAV, ລວມທັງ
ສະຖານີຣາ​ດາ, ລະບົບເລເຊີທິດທາງ​ພະລັງງານ​ສູງ. ອຸປະກອນ​ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ໄດ້​ຮັບ​ການຂັບ​ເຄື່ອນ​ດ້ວຍ​ເຕັກ​ໂນ​ໂລ​ຊີ ປັນຍາປະດິດ (AI)
ທີ່​ເກັບກຳປະມວນ​ຜົນ​ ສະແດງ​ຂໍ້​ມູນ​ເປັນ​ຢ່າງ​ດີ.

     ອີງ​ຕາມ​ຜູ້​ຜະລິດ​ໃຫ້​ຮູ້​ວ່າ: ລະບົບ Rat complex ສາມາດ​ກວດ​ພົບ UAV ໃນ​ໄລຍະທາງ​ປະມານ 4 ກິໂລແມັດ, ສະກັດ​ກັ້ນ UAV
ເປົ້າ​ໝາຍ​ພາຍ​ໃນ​ລັດສະໝີ​ປະມານ 1.5 ກິໂລແມັດ​ ໂດຍ​ການ​ຂັດຂວາງ​ຕຳແໜ່ງ​ດາວ​ທຽມ​ ແລະ​ ຊ່ອງ​ທາງ​ການ​ສື່ສານ​ຂອງ UAV ຫຼື ທຳລາຍ
ໂດຍ​ໃຊ້​ລັງສີ​ເລ​ເຊີ​ໂດຍ​ກົງ ຫຼື ປືນ​ໃຫ່​​ຍ​ອັດຕາ​ໂນ​ມັດ 30​ມມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2024